Krungsri Internet Banking Laos ເຮັດເລື່ອງເງິນໃຫ້ເປັນເລື່ອງງ່າຍສຳລັບພາກທຸລະກິດໃນ ສປປ ລາວ

Krungsri Internet Banking Laos ເຮັດເລື່ອງເງິນໃຫ້ເປັນເລື່ອງງ່າຍສຳລັບພາກທຸລະກິດໃນ ສປປ ລາວ



ກຸງເທບຯ (17 ກໍລະກົດ 2020) - ທ່ານ ຖາກອນ ປິຍະພັນ (ກາງ) ປະທານກຳມະການກຸງສີຄອມຊຸມເມີ ແລະຜູ້ບໍລິຫານສາຍງານດີຈີຕອນແບັງກີ້ງ ແລະນະວັດຕະກຳ ແລະທ່ານ ຂະຈອນພົງ ບຸນຊ່ວຍ (ຊ້າຍສຸດ) ຜູ້ຈັດການທົ່ວໄປ ຝ່າຍບໍລິຫານສາຂາ ແລະຫ້ອງການຜູ້ຕາງຫນ້າທະນາຄານ ໃນ ສປປ ລາວ ທະນາຄານ ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ເປີດຕົວບໍລິການ “Krungsri Internet Banking Laos” ແພລດຟອມທຸລະກຳອອນລາຍສຳລັບລຸກຄ້າທຸລະກິດ ໃນ ສປປ ລາວ ທີ່ຊ່ວຍໃຫ້ກິດຈະກໍາທາງເສດຖະກິດ ສາມາດເດີນຫນ້າຢ່າງຄ່ອງຕົວຜ່ານຊ່ອງທາງດີຈີຕອນ.
 
ກຸງສີຕອກຢ້ຳຄວາມເປັນຜູ້ນຳໃນດ້ານດີຈີຕອນແບັງກີ້ງ ແລະຄວາມມຸ່ງຫມັ້ນໃນການສະຫນັບສະຫນຸນລູກຄ້າທຸລະກິດ ສູ່ການເຕີບໃຫຍ່ໃນເວທີອາຊຽນ ດ້ວຍການເປັນທະນາຄານສັນຊາດໄທລາຍທຳອິດ ທີ່ໃຫ້ບໍລິການອິນເຕີເນັດແບັງກີ້ງສຳລັບນິຕິບຸກຄົນ ຊ່ວຍເພີ່ມຄວາມສະດວກໃນການເຮັດທຸລະກໍາທາງການເງິນຕ່າງໆ ຜ່ານຊ່ອງທາງອອນລາຍດ້ວຍຕົນເອງ ທຸກທີ່ທຸກເວລາ ໂດຍບໍ່ຈໍາເປັນຕ້ອງເດີນທາງມາສາຂາຂອງທະນາຄານ ໂດຍມີຟັງຊັນຮອງຮັບການໃຫ້ບໍລິການລູກຄ້າ ບໍ່ວ່າຈະເປັນການໂອນເງິນໄປຍັງບັນຊີຂອງຕົນເອງ ຫຼື ບັນຊີບຸກຄົນອື່ນພາຍໃນທະນາຄານແບບ Online realtime ແລະຮອງຮັບການໂອນເງິນໄປຍັງບຸກຄົນອື່ນຕ່າງທະນາຄານໄດ້ອີກເຊັ່ນກັນ ຊຶ່ງສາມາດຮອງຮັບການເຮັດລາຍການໄດ້ເຖິງ 3 ສະກຸນເງິນ ຄືສະກຸນເງິນກີບ (LAK), ສະກຸນເງິນໂດລາສະຫະລັດ (USD) ແລະສະກຸນເງິນບາດ (THB) ລວມໄປເຖິງສາມາດທີ່ຈະໂອນເງິນໄປຕ່າງປະເທດໄດ້ ຜ່ານບໍລິການ SWIFT ສາມາດຮຽກເບິ່ງບັນຊີຢ້ອນຫຼັງໄດ້. ນອກຈາກນີ້ ຍັງມີຟັງຊັນຮອງຮັບສໍາລັບລູກຄ້າທຸລະກິດ ທີ່ຕ້ອງການໂອນເງິນຄັ້ງລະຫຼາຍໆລາຍການ ທີ່ຮຽກວ່າການໂອນເງິນແບບ Bulk Transfer  ທັງໃນຮູບແບບຂອງການໂອນບັນຊີເງິນເດືອນ ແລະການໂອນໄປຍັງບັນຊີຄູ່ຄ້າ ແລະໃນອະນາຄົດກໍ່ມີແຜນທີ່ຈະເພີ່ມຟັງຊັນການໃຊ້ງານອີກ ເພື່ອອຳນວຍຄວາມສະດວກ ຕອບສະຫນອງຄວາມຕ້ອງການຂອງລູກຄ້າກຸ່ມທຸລະກິດທະນາຄານ.
 
ໃນໄລຍະທີ່ຜ່ານມາ ກຸງສີໄດ້ເປີດໃຫ້ລູກຄ້າທຸລະກິດ (ນິຕິບຸກຄົນ) ໃນ ສປປ ລາວ ໃຊ້ບໍລິການ “Krungsri Internet Banking Laos” ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສະຫມັກໃຊ້ບໍລິການຢ່າງຫຼວງຫຼາຍ. ທັງນີ້ ສໍາລັບລູກຄ້າທຸລະກິດທີ່ສົນໃຈ ສາມາດເຂົ້າໄປສະຫມັກໃຊ້ບໍລິການຢູ່ www.krungsri.com ໂດຍເລືອກເຂົ້າສູ່ລະບົບ ແລະບໍລິການ Krungsri Internet Banking Laos ຈາກນັ້ນ ເລືອກສະຫມັກໃຊ້ບໍລິການໄດ້ທີ່ຫນ້າ Website ພ້ອມທັງຍື່ນເອກະສານປະກອບການສະຫມັກ ທີ່ທະນາຄານ ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ສາຂາຢູ່ ສປປ ລາວ. ສໍາລັບລູກຄ້າທີ່ບໍ່ມີບັນຊີເງິນຝາກຂອງທະນາຄານສາຂາຢູ່ ສປປ ລາວ ສາມາດດໍາເນີນການເປີດບັນຊີທີ່ສາຂາຢູ່ ສປປ ລາວ ໂດຍສອບຖາມຂໍ້ມູນເພີ່ມເຕີມ ໂທ +856-2121-8777.

Back
Press keyword to search