International Offices

ສິນເຊື່ອການຄ້າລະຫວ່າງປະເທດ Trade Finance

ໜັງສືສິນເຊື່ອ (L/C)
ທະນາຄານໃຫ້ບໍລິການອອກໜັງສືສິນເຊື່ອເພື່ອຄໍ້າປະກັນຕາມຄວາມປະສົງຈາກຜູ້ນຳເຂົ້າເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ສົ່ງອອກວ່າຈະໄດ້ຮັບການຊໍາລະເງິນຫຼັງຈາກທີ່ໄດ້ຮັບເອກສານທັງໝົດທີ່ໄດ້ລະບຸໄວ້ໃນໜັງສືສິນເຊື່ອ. ເພື່ອໃຫ້ເກີດຜົນດັງກ່າວ, ຜູ້ນຳເຂົ້າສາມາດຂໍແບບຟອມໜັງສືສິນເຊື່ອຈາກສາຂາທົ່ວປະເທດຂອງພວກເຮົາ.

ຜົນປະໂຫຍດ
  • ໜັງສືຄໍ້າປະກັນຈະໄດ້ຮັບການຍອມຮັບວ່າເປັນເຄື່ອງມືສໍາຄັນໃນການຊໍາລະເງິນໃຫ້ມີຄວາມປອດໄພ. ມີຄວາມວ່ອງໄວ, ສະດວກສະບາຍ ແລະໄດ້ຮັບການຍອມຮັບກັນຢ່າງກວ້າງຂວາງໃນທົ່ວໂລກ.
  • ຜູ້້ນຳເຂົ້າສາມາດສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ສົ່ງອອກໄດ້ວ່າຈະໄດ້ຮັບການຊໍາລະເງິນຕາມເງື່ອນໄຂທີ່ລະບຸໄວ້ໃນໜັງສືືສິນເຊື່ອ.

ໜັງສືຄໍ້າປະກັນ (L/G)
         ເປັນການໃຫ້ບໍລິການ ການຢັ້ງຢືນການຄໍ້າປະກັນຄວາມໜ້າເຊື່ອຖືຂອງທ່ານຕໍ່ກັບພາກລັດ ແລະເອກະຊົນ ແລະຍັງເປັນການສ້າງຄວາມໜ້າເຊື່ອຖືໃນການດໍາເນີນທຸລະກິດຂອງທ່ານກັບພາກລັດ ກໍ່ຄືພາກເອກະຊົນດ້ວຍ.
ປະເພດຂອງໜັງສືຄໍ້າປະກັນມີລາຍລະອຽດດັ່ງນີ້:
  • ໃບຄໍ້າປະກັນການປະມູນ
  • ໃບຄໍ້າປະກັນການປະຕິບັດສັນຍາ

ສິນເຊືອເພື່ອການນຳເຂົ້າ (T/R)  
ສິນເຊື່ອເພື່ອການນຳເຂົ້າແມ່ນຕອບສະໜອງຜົນປະໂຫຍດໃຫ້ຜູ້ນຳເຂົ້າເພື່ອການເພີ່ມຂີດຄວາມສາມາດດ້ານການເງິນຂອງພວກທ່ານໃຫ້ມີຄວາມຄ່ອງໂຕ. ພາຍຫຼັງການເຊັນສັນຍາສິນເຊື່ອເພື່ອການນຳເຂົ້າກັບທາງທະນາຄານ ຜູ້ນໍເຂົ້າສາມາດໃຊ້ເອກສານເພື່ອຮັບສິນຄ້າ ແລະຊໍາລະເງິນຕາມທີ່ໄດ້ລະບຸໄວ້ໃນໜັງສືສິນເຊື່ອຫຼືຕາມໃບຮຽກເກັບເງິນເມື່ອຮອດເວລາກໍາໜົດ.

ປະເພດຂອງສິນເຊື່ອນຳເຂົ້າປະກອບມີ 4 ປະເພດໄດ້ແກ່:
  1. T/R ພາຍໃຕ້ໜັງສືສິນເຊື່ອ
  2. T/R ພາຍໃຕ້້ໃບບິນຮຽກເກັບນໍາເຂົ້າສິນຄ້າ
  3. T/R ພາຍໃຕ້້ການເປີດບັນຊີ
  4. T/R ພາຍໃຕ້ການຊໍາລະລ່ວງໜ້າ

Letter of Credit (L/C)
The Bank provides L/C issuance services as requested by importers to ensure that exporters will receive their payment after all required documents as stipulated in the L/C have been provided. To this effect, importers may request for the L/C issuance application from our branches nationwide.

Benefits
  • The L/C has been considered as a major instrument for securing payment. It’s fast, convenient and widely accepted throughout the world.
  • Importers can rest assured that payment will be made to exporters who conform to conditions as stipulated in the L/Cs.

Letter of Gurantee (L/G)
Guarantee services are guaranteeing your credit towards public and private sectors and creditworthiness in dealing business with public as well as private organizations.

The types of such letters of guarantee are as follows:
  • Bidding Submission Guarantee
  • Performance Bond Guarantee

Trust Receipt (T/R)
T/R is catered Benefits to importers to enhance their liquidity. After having signed a T/R contract with the Bank, importers can use the document to receive imported goods and to make payments as indicated in the L/C or bills for collection at the maturity.

T/R is categorized into four main groups:
  • T/R under Letter of Credit (L/C)
  • T/R under Import Bills for Collection
  • T/R under Open Account
  • T/R under Advance Payment.


For further information please visit our branches or call KRUNGSRI Call Center on 021-255522
 
Press keyword to search