Preparation for winding up and permanent closure of business

Preparation for winding up and permanent closure of business

https://www.krungsri.com/getmedia/9c3795fd-d1fe-44c6-acf3-435b991e50ba/news-and-activity-270x150.png.aspx
ທະນາຄານ ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ສາຂາສະຫວັນນະເຂດ ຂໍຖືເປັນກຽດແຈ້ງມາຍັງລູກຄ້າ ແລະ ເຈົ້າໜີ້ຂອງທະນາຄານຊາບວ່າ ອີງຕາມຍຸດທະສາດການດໍາເນີນທຸລະກິດຂອງທະນາຄານ ທະນາຄານ   ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ສໍານັກງານໃຫຍ່ ໄດ້ຕົກລົງຍຸບເລີກ ທະນາຄານ ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ສາຂາສະຫວັນນະເຂດ ແລະ ການຕົກລົງດັ່ງກ່າວ ແມ່ນໄດ້ຮັບການເຫັນດີຈາກທະນາຄານແຫ່ງ ສປປ ລາວ ແລ້ວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງລູກຄ້າ ແລະ ເຈົ້າໜີ້ໃຫ້ເຂົ້າມາພົວພັນກັບທະນາຄານ ເພື່ອດໍາເນີນການປິດບັນຊີເງິນຝາກ ແລະ ຊໍາລະສະສາງໜີ້ສິນ ຈົນເຖິງວັນທີ 11 ກັນຍາ 2020 ແລະ ທະນາຄານຈະຢຸດການໃຫ້ບໍລິການແກ່ລູກຄ້າຜ່ານຊ່ອງທາງເຄົ້າເຕີຂອງທະນາຄານນັບຕັ້ງແຕ່ເວລາ 15:30 ໂມງ ຂອງວັນທີ 11 ກັນຍາ 2020 ເປັນຕົ້ນໄປ ແລະ ຈະຢຸດໃຫ້ບໍລິການແກ່ລູກຄ້າຜ່ານຊ່ອງທາງເອເລັກໂຕຼນິກນັບແຕ່ເວລາ 23:59 ໂມງຂອງວັນທີ 10 ກັນຍາ 2020 ເປັນຕົ້ນໄປ.

ທ່ານສາມາດຕິດຕໍ່ ແລະ ສອບຖາມລາຍລະອຽດກັບທະນາຄານ ໃນເວລາເຮັດວຽກຂອງທະນາຄານ ຫຼື ທາງໂທລະສັບໝາຍເລກ 041252360-3 ຫຼື ເຂົ້າມາພົວພັນໄດ້ທີ່ຫ້ອງການຂອງທະນາຄານ ຕັ້ງຢູ່ ຖະໜົນສີສະຫວ່າງວົງ 369, ໜ່ວຍ 27, ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.

ສະນັ້ນ, ຈຶ່ງແຈ້ງມາຍັງລູກຄ້າ ແລະ ເຈົ້າໜີ້ຂອງທະນາຄານ ກຸງສີອະຍຸດທະຍາ ຈຳກັດ (ມະຫາຊົນ) ສາຂາສະຫວັນນະເຂດ ເພື່ອຊາບ ແລະ ເຂົ້າມາພົວພັນກັບທະນາຄານດ້ວຍ.

Bank of Ayudhya Public Company Limited, Savannakhet Branch (Bank) would like to kindly inform all customers and creditors that the Bank, in consideration of the bank-wide corporate strategy at Head Office level, will wind up the entire operation towards permanent closure of business of the Bank. The closure plan has been endorsed by the Bank of Laos PDR.

The Bank would like to take this opportunity to notify all deposit customers and creditors to contact the Bank and close the deposit accounts maintained with the Bank and all creditors in order for the Bank to be able to settle all contractual obligations not later than 11 September 2020. All may also kindly be informed that the Bank will discontinue banking services at the normal bank counters as from 3:30 p.m. and through electronic mean as from 11:59 p.m. of 10 September 2020 onwards.

All who are concerned may contact the Bank for more details at the Bank’s premise which is situated at address: 369 Sisavangvong Road, Unit 27, Sounantha Village, Kaysone Phomvihane City, Savannakhet Province or at telephone number 041252360-3

This is made for the attention of all deposit customers and creditors for their necessary action as mentioned above.

Back
Press keyword to search